ການພັດທະນາການຄົ້ນຄວ້າວິທະຍາສາດຢູ່ມະຫາວິທະຍາໄລລັດ ຢູ່ ສປປ ລາວ

Main Article Content

ITC Information Technology Center

Abstract

ການຄົ້ນຄວ້າພາຍໃຕ້ຫົວຂໍ້ “ການພັດທະນາການຄົ້ນຄວ້າວິທະຍາສາດ ຢູ່ມະຫາວິທະຍາໄລລັດ: ມະຫາວິ ທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຈຳປາສັກ, ມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລສະຫວັນນະເຂດ” ມີຈຸດປະສົງເພື່ອ (1) ວິເຄາະແຜນຍຸດທະສາດໃນການພັດ ທະນາຄວາມອາດສາ ມາດດ້ານການຄົ້ນຄວ້າວິທະຍາສາດ; (2) ສຶກສາຄວາມເຂົ້າໃຈດ້ານການພັດທະນາຄວາມອາດສາມາດ ແລະ ປະເມີນຄວາມອາດສາມາດດ້ານການຄົ້ນຄວ້າວິທະຍາສາດຂອງຂອງອາຈານ; (3) ກຳນົດອຸປະສັກໃນການພັດທະນາຄວາມອາດສາມາດ ໂດຍການນຳໃຊ້ວິທີວິທະຍາການຄົ້ນຄວ້າວິທະຍາສາດປະສົມລະຫວ່າງ ປະລິມານ-ຄຸນນະພາບ (QUAN-Qual Model) ທີ່ເອົາປະລິມານເປັນຕົວວັດແທກ ແລະ ເອົາຄຸນນະພາບເປັນຕົວອະທິບາຍຜົນ. ດັ່ງນັ້ນ, ການເກັບຂໍ້ມູນຈິ່ງນຳໃຊ້ທັງແບບສອບຖາມ ແລະ ການສຳພາດເຈາະຈີ້ມໃນການສົນທະນາກຸ່ມ ກັບອາຈານທີ່ມີຄຸນວຸດທິລະດັບປະລິນຍາໂທ, ປະລິນຍາເອກ ໄດ້ຕ່ຳແໜ່ງວິຊາການຮອງສາດສະດາຈານ, ສາດສະດາຈານ ແລະ ຜູ້ມີຕ່ຳແໜ່ງຮັບຜິດຊອບດ້ານການຄົ້ນຄວ້າວິທະຍາສາດ ແຕ່ຮອງ/ຫົວໜ້າພະແນກ, ຮອງ/ຫົວໜ້າຫ້ອງການ, ຮອງ/ຜູ້ອຳນວຍ ການ ຈົນຮອດຮອງອະທິການບໍດີ ຈຳນວນ 130 ທ່ານ: ຈໍາແນກເປັນນັກຄົ້ນຄວ້າ 100 ທ່ານ ແລະ ຜູ້ບໍລິຫານ 30 ທ່ານ; ມີວຸດທິການສຶກສາລະດັບປະລິນຍາໂທ 107 ທ່ານ ແລະ ປະລິນຍາເອກ 23 ທ່ານ; ແລະມີຕຳແໜ່ງວິຊາການເປັນອາຈານສອນ 95 ທ່ານ, ຮອງສາດສະດາຈານ 33 ທ່ານ ແລະ ສາດສະດາຈານ 2 ທ່ານ. ຜົນຈາກການຄົ້ນຄວ້າພົບວ່າມະຫາວິທະຍາໄລລັດທັງ 4 ແຫ່ງ ຍັງບໍ່ທັນມີຍຸດທະສາດທີ່ຊັດເຈນໃນການພັດທະນາຄວາມອາດສາມາດ. ມີຜູ້ຕອບແບບສອບຖາມເກືອບ 50% ບໍ່ໄດ້ຮັບການຝຶກອົບຮົມເລິຍ ແລະ ມີຈຳ ນວນພຽງແຕ່ 12.30% ເທົ່ານັ້ນໄດ້ເຂົ້າຮ່ວມການຝຶກອົບຮົມເປັນປະຈຳ ຊຶ່ງອັດຕາສ່ວນດັ່ງກ່າວນີ້ແມ່ນໄດ້ມີເຄືອຂ່າຍຈາກມະຫາວິທະຍາໄລ ຫຼື ອົງກອນທີ່ຕົນສຶກສາໃນລະດັບປະລິນຍາໂທ ຫຼື ປະລິນຍາເອກ. ສ່ວນການພັດທະນາຄວາມອາດສາມາດໃນມະຫາວິທະຍາໄລລັດຍັງບໍ່ທັນເປັນລະບົບ ແລະ ບໍ່ມີການຈັດການເລີຍ. ຄວາມອາດສາມາດຂອງຄູອາຈານສ່ວນໃຫຍ່ແມ່ນຍັງບໍ່ທັນເຫັນໄດ້ຄວາມສຳຄັນຂອງການຄົ້ນຄວ້າວິທະຍາສາດໂດຍສະເພາະ ແມ່ນໃນດ້ານການພັດທະນາ. ສ່ວນໃຫຍ່ແມ່ນອິງໃສ່ຜູ້ໃຫ້ທຶນສະໜັບສະໜູນການຄົ້ນຄວ້າວິທະຍາສາດ. ການຄົ້ນຄວ້າວິທະຍາສາດໄລຍະຜ່ານມາແມ່ນການສ້າງຄັງຄວາມຮູ້ເຂົ້າໃນການສິດສອນກວມເອົາ 74.62% ສ່ວນການຮັບໃຊ້ການພັດທະນາຊຸມຊົນທ້ອງຖິ່ນມີຈໍານວນນ້ອຍ. ຢ່າງໃດກໍຕາມໃນໄລຍະຜ່ານມາ ທຶນສ່ວນໃຫຍ່ຈະໄດ້ຮັບຈາກມະຫາວິທະຍາໄລເປັນຜູ້ຈັດໃຫ້ໂດຍສະເພາະແມ່ນທຶນ ທີ່ໄດ້ຮັບຈາກອົງການຈັດ ຕັ້ງສາກົນ ຫຼື ດ້ານການຮ່ວມມືທາງດ້ານວິຊາການ. ສ່ວນຈາກຜູ້ປະກອຍການຍັງມີຈຳກັດ. ການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ, ຜູ້ຕອບແບບສອບຖາມສ່ວນໃຫຍ່ໃຫ້ຄຳເຫັນວ່າ ເຂົາເຈົ້າສາມາດຮ່ວມມືກັບທຸກສະຖາບັນພາຍໃນປະເທດກວມເອົາອັດຕາສ່ວນ 60.77%, ສ່ວນຮ່ວມມືໃນລັກສະນະຫຼາຍສາຂາວິຊາ, ເຮັດການຄົ້ນຄວ້າພັດທະນາ ແລະ ຮ່ວມມືກັບອົງການຈັດຕັ້ງສາກົນແມ່ນອັດສ່ວນບໍ່ຮອດ 50%. ຍ້ອນເຫດຜົນວ່າການຮ່ວມມືດັ່ງ ກ່າວຍັງບໍ່ທັນຄຸ້ມຄອງບໍລິຫານຢ່າງເປັນລະບົບ. ເຄື່ອງທົດລອງທີ່ສາມາດວິໄຈ: ຄຸນນະພາບນ້ຳ, ວິໄຈຄວາມອາດສາມາດຂອງດິນ, ວິໄຈທາດອາຫານໃນ ດິນ, ວິເຄາະຈຸລັງໄມ້ທີ່ໃຊ້, ວິເຄາະລະດັບຈຸລັງຂອງໄມ້ເປັນສິນຄ້າ ແລະ ບໍ່ເປັນສິນຄ້າ, ວິເຄາະພະຍາດໄມ້, ບົ້ງແມງ ພິສູດສານທີ່ກໍ່ນ້ຳມັນໄມ້, ວິໄຈວັດສະດຸກໍ່ສ້າງ ແລະ ວິໄຈດິນປຸກສ້າງ. ອຸປະສັກຕໍ່ການພັດທະນາຄວາມອາດສາມາດແມ່ນມະຫາວິທະຍາໄລຂອງລັດ: (1) ຍັງຂາດຍຸດທະສາດ ແລະ ລະບົບການຄຸ້ມຄອງບໍລິຫານຍັງບໍ່ທັນຊັດເຈນໂດຍສະເພາະຍັງບໍ່ທັນມີລະບຽບການຄຸ້ມຄອງຊັດເຈນ ຫຼື ບໍ່ໄດ້ເຜີຍແຜ່ຢ່າງທົ່ວເຖິງ ແລະ ກວ້າງຂວາງ ລວມທັງວິໄສທັດໃນການພັດທະນາຄວາມອາດສາມາດໂດຍສະເພາະການມີສ່ວນຮ່ວມ ແລະ ການເຂົ້າຮ່ວມຂອງອາຈານໃນກິດຈະກຳດັ່ງກ່າວຍັງບໍ່ທັນໄດ້ກຳນົດຊັດເຈນ; (2) ຍ້ອນອາຈານຍັງມີຄວາມຮູ້ຈຳກັດດ້ານການຄົ້ນຄວ້າວິທະຍາສາດ ແລະ ບໍ່ມີຄວາມສາມາດເຂົ້າເຖິງແຫຼ່ງທຶນພາຍນອກໄດ້; (3) ການຖ່າຍທອດຄວາມຮູ້ຈາກຜູ້ມີປະສົບການດ້ານການຄົ້ນຄວ້າວິທະຍາສາດຍັງບໍ່ທັນປະກົດມີໃນລະດັບຄະນະວິຊາ.

Article Details

Section
Articles