ຜົນກະທົບຈາກການທ່ອງທ່ຽວຕໍ່ແບບວິທີການດຳລົງຊີວິດຂອງປະຊາຊົນເຂດເມືອງວັງວຽງ,ແຂວງວຽງຈັນ
Main Article Content
Abstract
ການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາຜົນກະທົບຈາກການທ່ອງທ່ຽວຕໍ່ສິ່ງແວດລ້ອມທາງທຳມະຊາດ, ຕໍ່ວັດທະນາທຳ-ສັງຄົມ ແລະ ຕໍ່ເສດຖະກິດ. ໃນການສຶກສາໄດ້ໃຊ້ທັງຂໍ້ມູນຕົ້ນ ແລະ ຂໍ້ມູນປາຍ; ໃນນັ້ນມີຕົວປ່ຽນທັງໝົດ 57 ຕົວ, ຊຶ່ງຂໍ້ມູນຕົ້ນແມ່ນໄດ້ຈາກແບບສອບຖາມຈຳນວນ 345 ຊຸດ, ລົງສໍາພາດຕົວຈິງນໍາປະຊາຊົນ ຈໍານວນ 7 ບ້ານ. ສຳລັບຂໍ້ມູນປາຍ ແມ່ນໄດ້ຈາກບົດສະຫຼຸບຂອງຫ້ອງການສຶກສາເມືອງ ແລະ ຫ້ອງການທ່ອງທ່ຽວຂອງເມືອງວັງວຽງ.ແຂວງວຽງຈັນ. ຜົນການສຶກສາພົບວ່າ: ສະພາບຂອງປ່າໄມ້, ການອະນຸລັກປ່າໄມ້, ສະພາບຂອງແມ່ນ້ຳ ແລະ ການອະນຸລັກແມ່ນ້ຳ ຢູ່ເຂດເມືອງວັງວຽງ ມີຄ່າສະເລ່ຍລະດັບຄວາມຄິດເຫັນ ຫຼຸດລົງຈາກເມື່ອກ່ອນ ມາຢູ່ໃນລະດັບປານກາງ ເໝືອນກັນ ເມື່ອທຽບກັບເກນໃນການແບ່ງລະດັບຄວາມຄິດເຫັນ. ຜົນການທົດສອບສົມມຸດຖານທາງສະຖິຕິໂດຍໃຊ້ Paired-Samples Test ກ່ຽວກັບສະພາບແວດລ້ອມທາງທຳມະຊາດ ພົບວ່າ ສະພາບແວດລ້ອມທາງທຳມະຊາດ ກ່ອນປີ 2000 ດີກ່ວາ ຫຼັງປີ 2000 ດ້ວຍລະດັບຄວາມເຊື່ອໝັ້ນ 95%. ດ້ານການນຸ່ງຖື ເຫັນວ່າ ມີການປ່ຽນແປງ ຄື: ໃນງານແຕ່ງງານ ເຈົ້າບ່າວ ນິຍົມນຸ່ງຜ້າຕ່ຽວ ຫຼຸດລົງ ຈາກ 22.3% ມາເປັນ 12.5%, ສ່ວນເຈົ້າສາວ ນັ້ນນິຍົມ ນຸ່ງສິ້ນໃນພິທີສູ່ຂວັນ ແຕ່ນຸ່ງກະໂປ່ງໃນງານລ້ຽງ ແມ່ນເພີ່ມຂຶ້ນ ຈາກ 0.3% ມາເປັນ 1.2%. ສໍາລັບແມ່ຍິງໄວລຸ້ນການນິຍົມນຸ່ງສິ້ນຢູ່ເຮືອນ ແມ່ນຫຼຸດລົງຈາກ 73.9% ມາເປັນ 27.2% ໃນຄະນະດຽວກັນ ແມ່ຍິງພັດນຸ່ງໂສ້ງເພີ່ມຂຶ້ນຈາກ 25.5% ມາເປັນ 71.9%, ໃນເວລາໄປທ່ຽວແມ່ຍິງນຸ່ງໂສ້ງ ເພີ່ມຂຶ້ນຈາກ 35.7% ມາເປັນ 82.9% ແລະ ການແຕ່ງຕົວຂອງໄວລຸ້ນ ທີ່ມີລັກສະນະຮັກສາວັດທະນາທຳເດີມຂອງລາວຫຼຸດລົງຈາກ 98.8% ມາເປັນ 44.3%. ດ້ານອາຫານການກິນ ເຫັນວ່າ ການກິນອາຫານພື້ນບ້ານຫຼຸດລົງເລັກນ້ອຍ ຈາກ 100% ມາເປັນ 94.5%, ດ້ານພາສາປາກເວົ້າ ເຫັນວ່າ ສ່ວນຫຼາຍແມ່ນໃຊ້ພາສາລາວພຽງຢ່າງດຽວ ມີເຖິງ 97.8%, ແຕ່ມາເຖິງປະຈຸບັນການໃຊ້ພາສາລາວພຽງຢ່າງດຽວຫຼຸດລົງ ມາເປັນ 69.9% ແລ້ວໃຊ້ພາສາອື່ນປົນເພີ່ມຂຶ້ນ ເປັນ 30.4%. ດ້ານການອະນຸລັກຜ້າແພພື້ນເມືອງ ແລະ ຂັບລຳທ້ອງຖິ່ນ ເມື່ອກ່ອນຢູ່ໃນລະດັບດີ 58.8% ແລະ 60.6% ຕາມລໍາດັບ. ແຕ່ມາເຖິງປະຈຸບັນ ເຫັນວ່າ ການອະນຸລັກຜ້າແພພື້ນເມືອງຢູ່ໃນລະດັບດີ ຫຼຸດລົງ ຈາກ 58.8% ມາເປັນ 29.6% ແລະ ການອະນຸລັກຂັບລໍາທ້ອງຖິ່ນຫຼຸດລົງ ຈາກ 60.6% ມາເປັນ 42.6%. ການປະກອບອາຊີບຂອງປະຊາຊົນ ໄດ້ມີການປ່ຽນແປງພຽງເລັກນ້ອຍ ຄື: ອາຊີບຊາວນາຫຼຸດລົງຈາກ 50.4% ມາເປັນ 46.4%, ອາຊີບຊາວສວນ ຫຼຸດລົງຈາກ 22.6% ມາເປັນ 18.8% ສ່ວນອາຊີບຄ້າຂາຍໄດ້ເພີ່ມຈາກ 17.1% ມາເປັນ 25.2%, ອາຊີບບໍລິການເພີ່ມຈາກ 3.2% ມາເປັນ 9.3%, ລາຍໄດ້ໂດຍສະເລັ່ຍຕໍ່ຄອບຄົວຕໍ່ປີຂອງປະຊາຊົນ ໄດ້ມີການປ່ຽນແປງ ຫຼາຍ ຄື: ຈາກ 7,123,884 ກີບ/ປີ ແລະ ມີຄ່າຜັນປ່ຽນມາດຖານ 6,862,367 ກີບ/ປີ ແຕ່ພາຍຫຼັງ ປີ 2000 ປະຊາຊົນ ມີລາຍໄດ້ໂດຍສະເລັ່ຍ 13,149,565.22 ກີບ/ປີ ແລະ ມີຄ່າຜັນປ່ຽນມາດຖານ 17,151,221.39 ກີບ/ປີ. ຜົນການທົດສອບສົມມຸດຖານທາງສະຖິຕິ ໂດຍໃຊ້ Paired-Samples Test ກ່ຽວກັບສະພາບແວດລ້ອມທາງດ້ານເສດຖະກິດ ພົບວ່າ ລາຍຮັບສະເລ່ຍ ຂອງປະຊາຊົນ ເຂດເມືອງວັງວຽງ ຫຼັງປີ 2000 ດີກ່ວາ ກ່ອນປີ 2000 ດ້ວຍລະດັບຄວາມເຊື່ອໝັ້ນ 95%.